ກ່ຽວກັບ
MadeInLaos ແມ່ນບ່ອນລວມເວັບ ແອັບ ແລະ ເຄື່ອງມືທີ່ຄົນລາວສ້າງຂຶ້ນ ເປົ້າໝາຍແມ່ນໃຫ້ຜົນງານເຫຼົ່ານີ້ຢູ່ບ່ອນດຽວ ຊອກເຫັນງ່າຍ ແລະ ເຊື່ອມຫາກັນໄດ້
ສ້າງຂຶ້ນເພື່ອສົ່ງເສີມໃຫ້ສິນລະປິນ, ນັກອອກແບບ ແລະ ນັກພັດທະນາຊາວລາວ ສ້າງເວັບໄຊ ເຄື່ອງມືລວມໄປເຖິງຜະລິດຕະພັນຂອງຕົນເອງ ແລະ ແບ່ງປັນການເຂົ້າຊົມເຊິ່ງກັນແລະກັນ.
ກົດການລົງຜົນງານ
- ຜົນງານຕ້ອງເປີດໃຫ້ຄົນທົ່ວໄປເຂົ້າເບິ່ງໄດ້ຈາກລິ້ງທີ່ສົ່ງມາ
- ບໍ່ຮັບເນື້ອຫາທີ່ຜິດກົດໝາຍ ເນື້ອຫາຜູ້ໃຫຍ່ ອາວຸດ ການພະນັນ ແລະ ການຫຼອກລວງ
- ໃຜກໍສົ່ງຜົນງານໄດ້ ພຽງແຕ່ລະບຸຊື່ຜູ້ສ້າງຕົວຈິງ. ສ່ວນເຈົ້າຂອງຜົນງານສາມາດແຈ້ງລຶບອອກໄດ້ທຸກເວລາ ໂດຍບໍ່ຕ້ອງບອກເຫດຜົນ.
- ຜົນງານຕ້ອງຢູ່ເທິງໂດເມນຂອງຕົນເອງ ບໍ່ຮັບໂດເມນຍ່ອຍຟຣີຂອງແພລດຟອມ ເຊັ່ນ vercel.app, netlify.app, web.app ຫຼື github.io
- ຮັບສະເພາະຜະລິດຕະພັນ ຄືເວັບ ແອັບ ຫຼື ເຄື່ອງມືທີ່ຄົນເຂົ້າໄປໃຊ້ງານໄດ້ ບໍ່ຮັບໜ້າແນະນຳບໍລິສັດ ຫຼື ໜ້າລວມບໍລິການຂອງອົງກອນ ບໍລິສັດທີ່ມີຫຼາຍຜະລິດຕະພັນ ໃຫ້ສົ່ງແຕ່ລະຜະລິດຕະພັນແຍກກັນ
ການກວດກ່ອນລົງ
ທຸກລາຍການທີ່ສົ່ງເຂົ້າມາຈະຖືກກວດດ້ວຍຄົນກ່ອນລົງ ໂດຍປົກກະຕິພາຍໃນສອງສາມມື້ ລາຍການທີ່ລິ້ງພັງ ຫຼື ຜິດກົດຂ້າງເທິງຈະຖືກເອົາອອກ
ຕິດຕໍ່
ຢາກເພີ່ມລາຍການ ແກ້ໄຂຊື່ ລິ້ງ ຄຳອະທິບາຍ ຫຼື ຮູບຂອງຜົນງານ ແຈ້ງລິ້ງພັງ ລວມໄປເຖິງເລື່ອງທຸລະກິດ ການຮ່ວມມື ຫຼື ການສະໜັບສະໜູນ ຕິດຕໍ່ໄດ້ທາງ WhatsApp 020 9610 6532 ໂດຍບອກຊື່ຜົນງານ ແລະ ສິ່ງທີ່ຕ້ອງການ ໜ້າສົ່ງຜົນງານແມ່ນສຳລັບລົງລາຍການໃໝ່ເທົ່ານັ້ນ
ຂໍເອົາລາຍການອອກ
ເຈົ້າຂອງຜົນງານຂໍໃຫ້ເອົາລາຍການຂອງຕົນອອກໄດ້ທຸກເວລາ ບໍ່ຕ້ອງບອກເຫດຜົນ ແຈ້ງຊື່ຜົນງານ ແລະ ລິ້ງທາງ WhatsApp 020 9610 6532 ພ້ອມບອກວ່າຕ້ອງການໃຫ້ເອົາອອກ ແລ້ວລາຍການຈະຖືກເອົາອອກ ໂດຍປົກກະຕິພາຍໃນສອງສາມມື້